ເບື່ອເຫັດ ໝົດຄອບຄົວ ຂໍໃຫ້ປອດໄພເດີ

30/05/2019 Admin

ລາຍງານໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2019 ໄດ້ເກີດເຫດປະຊາຊົນ

ບ້ານດາກຕຽມ ເມືອງດາກຈຶງ ແຂວງເຊກອງ ເບື່ອເຫັດໝົດຄອບຄົວ ພໍ່ ແມ່ ແລະລູກ 3 ຄົນ ທັງໝົດ 5 ຄົນ ທຸກຄົນແມ່ນຢູ່ໃນອາການສາຫັດ ປັດຈຸບັນເພື່ອນບ້ານ ແລະພົນລະເມືອງດີ ໄດ້ຊ່ວຍກັນນຳຄອບຄົວທີ່ເຄາະຮ້າຍປະຖົມພະຍາບານເບື້ອງຕົ້ນ ດ້ວຍການເອົາຜູ້ເຄາະຮ້າຍມາມານອນລົງດິນແລ້ວເອົາຊາຍປົກ ແລະທາງແພດຫມໍໄດ້ຮີບມາໃຫ້ການຊ່ວຍເຫລືອ

 

ຂໍໃຫ້ປອດໄພທຸກຄົນເດີ

ກິນ “ເຫັດ” ແບບໃດໃຫ້ປອດໄພຈາກເຫັດເບື່ອ:
“ເຫັດພິດ” ຫຼື “ເຫັດເບື່ອ” ເປັນເຫັດທີ່ມີອັນຕະລາຍຕໍ່ຜູ້ບໍລິໂພກ ຄວາມເປັນພິດອາດຈະເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາໄດ້ ເຫັດທີ່ສາມາດນຳມາບໍລິໂພກໄດ້ຢ່າງປອດໄພມີຢູ່ເປັນຈຳນວນຫຼາຍ ແຕ່ຈະມີເຫັດພິດບໍ່ເຖິງ 100 ຊະນິດ

ເຫັດພິດທີ່ຮ້າຍແຮງທີ່ສຸດໄດ້ແກ່ ເຫັດໃນສະກຸນ Amannita ສະກຸນ Helvella ເຊິ່ງເຫັດເຫຼົ່ານີ້ສາມາດສ້າງສານພິດຊີວະພາບທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ມະນຸດໄດ້ ເຫັດຕະກູນນີ້ພົບໄດ້ໃນປະເທດລາວ ເຊັ່ນ ເຫັດໂງກຫີນ ເຫັດໄຂ່ຕາຍຊາກ ແລະ ເຫັດເກັດດາວເປັນຕົ້ນ

ຂໍ້ແນະນໍາໃນການບໍລິໂພກເຫັດ:
1. ຫ້າມກິນເຫັດດິບ ແລະ ຄວນກິນສະເພາະເຫັດທີ່ເຄີຍກິນຫຼືຮູ້ຈັກ

2. ຕ້ອງຮູ້ແຫຼ່ງທີ່ມາຂອງເຫັດ ບໍ່ຄວນເກັບເຫັດໃນບໍລິເວນທີ່ມີສານພິດຕົກຄ້າງຢູ່

3. ຄວນສອບຖາມເບິ່ງວ່າເຄີຍມີຜູ້ບໍລິໂພກເຫັດນັ້ນມາກ່ອນຫຼືບໍ່ ບໍ່ຄວນລອງກິນໂດຍບໍ່ຮູ້ຈັກ

4. ບໍ່ຄວນປຸງອາຫານໂດຍການໃຊ້ເຫັດປ່າຫຼາຍຊະນິດລວມກັນ

5. ຫາກບໍ່ແນ່ໃຈ ບໍ່ມີຂໍ້ມູນພຽງພໍ ບໍ່ຄວນບໍລິໂພກເປັນອັນຂາດ

6. ຢ່ານຳເຫັດທຳມະຊາດໄປປຸງຈົນໝົດ ຄວນເກັບໄວຢ່າງລະ 1 ດອກ ເພື່ອນຳສົ່ງແພດເພື່ອໃຊ້ວິເຄາະເພື່ອເກີດອາການຜິດປົກກະຕິ

7. ການພິສູດເຫັດພິດຈະໃຊ້ບ່ວງເງີນ ງາຊ້າງ ເຂົ້າສານ ຫົວຫອມ ຫຼື ຮອຍກັດທຳລາຍຈາກໜອນແມງ ແລະ ສັດບໍ່ໄດ້ ເພາະສານພິດໃນເຫັດມີຫຼາກຫຼາຍບໍ່ຄືສານພິດສັງເຄາະທີ່ມີທາດໂລຫະໜັກທົ່ວໄປ

ການຮັກສາເບື້ອງຕົ້ນເມື່ອກິນເຫັດພິດ
1. ເມື່ອພົບອາການຜິດປົກກະຕິໃຫ້ພົບແພດທັນທີ ແລະ ບັນເທົາອາການເລີ່ມຕົ້ນດ້ວຍການຮາກອອກມາໃຫ້ໄດ້ຫຼາຍທີ່ສຸດ ໂດຍການດື່ມນຳ້ອຸ່ນ 1 ລິດ ປະສົມກກັບເກືອ 1 ບ່ວງແກງ ຫາກຜູ້ປ່ວຍໝົດສະຕິຕ້ອງໃຊ້ວິທີປຳ້ເຂົ້າທາງດັງແລ້ວຈົກຄໍ (ວິທີນີ້ຫ້າມໃຊ້ກັບເດັກທີ່ຕຳ່ກວ່າ 5 ປີ)

2. ລວບລວມເຫັດທີ່ເຫຼືອເກັບໄວ້ ເສດອາຫານຈາກການປຸງ ແລະ ສ່ວນທີ່ຮາກອອກມາ ນຳສົ່ງແພດເພື່ອການວິເຄາະ

 


เว็บเดิมพันออนไลน์ อันดับต้นๆของเมืองไทย แทงบอลออนไลน์ สมัครสมาชิกวันนี้รับโปรโมชั่นดีๆอีกเพียบ!!!
Add friend LINE ID : @csover
เพิ่มเพื่อน

Tags : , , , ,
Leave Comment